ວັນສິ່ງແວດລ້ອມໂລກ 5 ມິຖຸນາ  ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2021  ທີ່ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ຈັນທະວົງ ຜົນນະຈິດ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ທ່ານ ນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງ ໄດ້ ໃຫ້ກຽດຖ່າຍຮູບຮ່ວມກັບ ຄະນະນຳພະແນກ ຊສ

ມີຜູ້ເຂົ້າຮ່ວມທັງໝົດ   58 ທ່ານ, ຍິງ 19 ທ່ານ, ພາຍຫຼັງ ທ່ານຮອງເຈົ້າແຂວງ ໄດ້ກ່າວເປີດພິທີ, ທ່ານ ຈັນທະວົງ ຜົນນະຈິດ, ຫົວໜ້າພະແນກ ໄດ້ອ່ານສານ ວັນສິ່ງແວດລ້ອມໂລກ, ໄດ້ມອບໃບຢັ້ງຢືນ ສີຂຽວສະອາດງາມຕາ ປະເພດ 1 ໃຫ້ແກ່ ພະແນກສຶກສາທິການ ແລະ ກິລາ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບ້ານອາໄພ, ປະເພດ 2  ໃຫ້ແກ່ໂຮງຮຽນ

ມອບໃບຢັ້ງຢືນ ພະແນກສີຂຽວສະອາດງາມຕາ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ, ນາຍບ້ານໆ ອາໄພ

ມອບຖັງຂີ້ເຫຍື້ອ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ, ບ້ານອາໄພ

ໃນວັນດຽວກັນນີ້ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ເມືອງ ກໍ່ໄດ້ຈັດພິທີໂຮມຊຸມ ປາຖະກະຖາ ສະເຫຼີມສະຫຼອງວັນສິ່ງແວດ ລ້ອມໂລກ 5 ມິຖຸນາ ພາຍໃຕ້ຄຳຂວັນ '' ຮ່ວມແຮງໃຈກັນ ຟື້ນຟູລະບົບນິເວດ’’ ຈາກນັ້ນ ການນຳຂັ້ນແຂວງ, ຂັ້ນເມືອງ ແລະ ປະຊາຊົນທີ່ເຂົ້າຮ່ວມງານໂຮມຊຸມນຸມ ໄດ້ປູກຕົ້ນໄມ້ຮ່ວມກັນ ເພື່ອຟືນຟູລະບົບນິເວດ

ການນຳຂອງແຂວງ ແລະ ພະແນກ ຊສ ໃຫ້ກຽດປູກຕົ້ນໄມ້