-
Details
-
Written by ອາລຸນ ມະໂນສານ
-
- ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
- ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງພະແນກຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປາກົດຜົນເປັນຈິງ;
- ເຜີຍແຜ່ ແຜນຍຸດທະສາດ, ແຜນນະໂຍບາຍ, ແຜນງານ, ໂຄງການ ແລະ ນິຕິກໍາ ກ່ຽວກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ ຊີ້ນໍາ, ນໍາພາໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
- ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ ຕາມຂອບເຂດສິດຂອງຕົນ; ເຂົ້າຮ່ວມ ແລະ ນຳສະເໜີຂະແໜງການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
- ດຳເນີນການຈັດສັນທີ່ດິນຂັ້ນແຂວງ ແລະ ຂັ້ນເມືອງ ໂດຍອີງຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ສໍາຫຼວດ-ວັດແທກ, ສ້າງແຜນທີ່, ວາງແຜນນຳໃຊ້ທີ່ດິນ; ອອກໃບຢັ້ງຢືນກ່ຽວກັບທີ່ດິນ ເປັນຕົ້ນ ການນຳໃຊ້, ການສໍາຫຼວດ, ການຫັນປ່ຽນປະເພດ ແລະ ການພັດທະນາທີ່ດິນ; ສ້າງສໍາມະໂນທີ່ດິນ, ຂຶ້ນທະບຽນອອກໃບຕາດິນ, ຈົດທະບຽນທີ່ດິນ, ຈົດທະບຽນນິຕິກຳກ່ຽວກັບທີ່ດິນ, ປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ແລະ ຄຸ້ມຄອງກິດຈະການອະສັງຫາລິມະຊັບ; ຄົ້ນຄ້ວານຳສະເໜີ ກ່ຽວກັບການອອກອະນຸຍາດສິດນຳໃຊ້ ແລະ ຫັນສິດນຳໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ, ການອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຕາມກົດໝາຍ ຫຼື ລະບຽບການ ທີ່ກຳນົດໄວ້;
- ສ້າງແຜນຍຸດທະສາດນ້ຳ ແລະ ຊັບພະຍາກອນນ້ຳຂັ້ນແຂວງ ໂດຍອີງຕາມແຜນຍຸດທະສາດຊັບພະຍາກອນນ້ຳແຫ່ງຊາດ; ເຂົ້າຮ່ວມໃນການວາງແຜນອ່າງຮັບນ້ຳຂະໜາດໃຫຍ່ ທີ່ໄຫຼຜ່ານຫຼາຍແຂວງ; ວາງແຜນຄຸ້ມຄອງອ່າງຮັບນ້ຳຂະໜາດກາງ ທີ່ໄຫຼຜ່ານແຂວງດຽວ, ອອກອະນຸຍາດການຂຸດເຈາະ ແລະ ການນຳໃຊ້ນ້ຳໃຕ້ດິນຂະໜາດໃຫຍ່, ອອກອະນຸຍາດນຳໃຊ້ນ້ຳໜ້າດິນຂະໜາດກາງ, ອະນຸຍາດການປ່ອຍນ້ຳເປື້ອນຂະໜາດກາງ, ສຳຫຼວດ ສັງລວມຂໍ້ມູນເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ, ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ຄຸນນະພາບນ້ຳທຳມະຊາດ ແລະ ມາດຕະຖານການປ່ອຍນ້ຳເປື່ອນ; ເຂົ້າຮ່ວມໃນການກຳນົດ ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳລະດັບຊາດ, ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳຂັ້ນແຂວງ ລວມທັງເຂດບໍລິເວນຍອດນ້ຳ, ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານຄຸ້ມຄອງທີ່ດິນບໍລິເວນນ້ຳຂະໜາດກາງ ຕາມກົດໝາຍ ແລະ ລະບຽບການ;
- ເປັນເຈົ້າການປ້ອງກັນ, ຄວບຄຸມ, ຕິດຕາມກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ຄຸ້ມຄອງສານເຄມີເປັນພິດ, ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະລາຍ ແລະ ສິ່ງເສດເຫຼືອອື່ນໆ ໃນຂອບເຂດທ້ອງຖິ່ນຂອງຕົນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງຄົ້ນຄວ້າ, ວິໄຈ ແລະ ພັດທະນາຫ້ອງວິໄຈສິ່ງແວດລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ໃນການບໍລິຫານ ແລະ ການບໍລິການ;
- ສົ່ງເສີມ ແລະ ສ້າງຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ, ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ພ້ອມທັງປ້ອງກັນ ແລະ ແກ້ໄຂເຫດການສຸກເສີນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ;
- ທົບທວນ ແລະ ນໍາສະເໜີການນໍາແຂວງ, ນະຄອນຫຼວງ ຮັບຮອງເອົາ ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ; ເຂົ້າຮ່ວມຂະບວນການທົບທວນ ແລະ ການພິຈາລະນາຮັບຮອງເອົາບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຂອງໂຄງການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຕິດຕາມກວດກາ ການຄຸ້ມຄອງສິ່ງແວດລ້ອມຂອງໂຄງການຢ່າງເປັນລະບົບ ແລະ ຕໍ່ເນື່ອງ;
- ຕິດຕາມ, ກວດກາຄຸນນະພາບສິ່ງແວດລ້ອມ, ອາກາດ, ສຽງ, ຄວາມສັ້ນສະເທື່ອນ, ດິນ, ນໍ້າ ແລະ ສານເຄມີອັນຕະລາຍ ພາຍໃນແຂວງ, ນະຄອນຫຼວງຂອງຕົນ; ສໍາລັບຫ້ອງທົດລອງປະຈໍາພາກ ທີ່ ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ແມ່ນມີໜ້າທີ່ໃນການວິໄຈຄຸນນະພາບສິ່ງແວດລ້ອມ ຊ່ວຍບັນດາແຂວງ, ນະຄອນຫຼວງ ຂຶ້ນກັບພາກຂອງຕົນ, ຕາມຄວາມອາດສາມາດ ແລະ ລາຍງານຂໍ້ມູນຜົນການວິໄຈໃຫ້ ສະຖາບັນຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ;
- ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງດິນຟ້າອາກາດ, ຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດ, ແຜນດໍາເນີນງານການປ່ຽນແປງດິນຟ້າອາກາດ, ແຜນງານແຫ່ງຊາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຂະບວນການສົ່ງເສີມ ໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ໃນທ້ອງຖິ່ນຂອງຕົນ; ຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄ້ວາ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວໃນຂອບເຂດທ້ອງຖິ່ນຂອງຕົນ;
- ເກັບກໍາສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນແຂວງ, ນະຄອນຫຼວງຂອງຕົນ;
- ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສຳມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງພະແນກຕົນ ໃຫ້ເຂັ້ມແຂງ; ກໍາໜົດຕໍາແໜ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ;
- ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານ ຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າໝາຍ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງພະແນກຕົນ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
- ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງພະແນກຕົນ ແລ້ວລາຍງານໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ນະຄອນຫຼວງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
288822
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
24
167
1296
286277
357
4038
288822
Your IP: 44.200.112.172
2023-06-03 01:52