1. ສະເໜີປັບປຸງແກ້ໄຂ ຫຼື ສ້າງບັນດານະ​ໂ​ຍບາຍ, ​ແຜນຍຸດ​ທະ​ສາດ, ນິຕິກໍາຕ່າງໆທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ;
  2. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳດ້ານວິຊາການ ກ່ຽວກັບວຽກງານການ​ຄຸ້ມ​ຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  3. ຮຽກ​ເຊີນ​ບັນດາ​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ເມືອງ ​ເຂົ້າ​ຮ່ວມ​ປະຊຸມ ​ແລະ ລາຍ​ງານ​ວຽກງານ​ຄຸ້ມ​ຄອງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອ​ມ;
  4. ຕີ​ລາຄາ ​ແລະ ປະ​ເມີນ​ຜົນ​ການ​ນໍາ​ໃຊ້​ທີ່​ດິນ, ອອກ ຫຼື ຖອນ​ເອກະສານ​ຢັ້ງຢືນ​ ກ່ຽວກັບ​ສິດ​ນໍາ​ໃຊ້​ທີ່​ດິນ; ຄົ້ນ ຄ້ວາ​ນໍາ​ສະ​ເໜີກ່ຽວກັບ​ການ​ແກ້​ໄຂ​ບັນຫາ​ທີ່​ດິນ,​ ໃຫ້ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ ກ່ຽວກັບ​ວຽກງານທີ່​ດິນ ​ແລະ ​ເກັບ​ລາຍ​ຮັບ​ຕ່າງໆກ່ຽວກັບ​ທີ່​ດິນ;
  5. ​ເກັບ​ຄ່າ​ທໍາ​ນຽມ, ຄ່າ​ບໍລິການ​ໃນ​ວຽກງານ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຕາມ​ລັດຖະບັນຍັດ​ຂອງ​ປະທານ​ປະ​ເທດ​ກໍານົດ​ໄວ້;
  6. ສະເໜີລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສັ່ງ​ໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນ​ໃບ​ຢັ້ງຢືນ​, ໃບອະນຸ ຍາດດໍາເນີນກິດຈະການຕ່າງໆ ກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
  7. ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆຕາມກົດ ໝາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍແກ່ຊັບ ພະຍາກອນທໍາມະຊາດ ​ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  8. ສະເໝີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນບົນພື້ນຖານຄວາມ ເປັນເອກະພາບ ກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
  9. ສະ​ເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດໜູນ ບໍາເນັດ-ບໍານານ, ອຸດ​ໜູນ​ທາດ​ເບື່ອ, ເຄມີ ແລະ ສານ​ພິດ​ຕ່າງໆ, ອຸດ​ໜູນ​ເສຍ​ກຳ​ລັງ​ແຮງ​ງານຕໍ່ພະນັກງານ-ລັດຖະກອນຂັ້ນຕ່າງໆ ທີ່ຢູ່ຄວາມຮັບ ຜິດຊອບຂອງຕົນ;
  10. ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມການ ມອບໝາຍຂອງລັດຖະມົນຕີ​ ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫຼື ​ເຈົ້າ​ແຂວງ, ນະຄອນຫຼວງ;
  11. ສະ​ເໜີສ້າງ​ຕັ້ງ​ຄະນະ​ກໍາມະການ​ສິ່ງ​ແວດ​ລ້ອມ​ແຂວງ, ນະຄອນຫຼວງ, ຄະນະ​ກໍາມະການ​ອື່ນ ທີ່ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາ ກອນ​ທໍາ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ ຕາມ​ຄວາມ​ຈໍາ​ເປັນ;
  12. ປະຕິ​ບັດ​ສິດ​ອື່ນໆ ຕາມ​ທີ່​ລັດຖະມົນຕີ​ ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫຼື ເຈົ້າແຂວງ, ນະຄອນຫຼວງ​ ໄດ້​ມອບ​ໝາຍ​ໃຫ້​ສະ​ເພາະ ​ແລະ ຕາມສິດ​ທີ່​ໄດ້​ກຳນົດ​ໄວ້ໃນ​ກົດໝາຍ ​ແລະ ລະບຽບການ​ຕ່າງໆ.

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ/ນະຄອນຫລວງ, ສະບັບ ເລກທີ 3171/ກຊສ, ລົງວັນທີ 1 ສິງຫາ 2017