Print

ໃນຕອນເຊົ້າ ເວລາ 08 ໂມງ 00 ນາທີ ຂອງວັນທີ່ 18 ກຸມພາ ທີ່ຫ້ອງປະຊຸມ ພຊສ ແຂວງ ຫຼວງພະບາງ ໄດ້ເປີດກອງປະຊຸມແລກປ່ຽນບົດ ຮຽນ ວຽກງານຄຸ້ມຄອງສີ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ວຽກງານຍົກຍ້າຍຈັດສັນ, ນຳທີມໂດຍ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກ ຊັບພະ ຍາກອນທຳມະຊາດ  ແລະ  ສິ່ງແວດລ້ອມ ແຂວງຊຽງຂວາງ

ພ້ອມດ້ວຍຄະນະ ເປັນກຽດ ເປັນປະທານ ກອງປະຊຸມ ໃນຄັ້ງນີ້  ໃຫ້ກຽດຕ້ອນ ຮັບ ໂດຍ ທ່ານ ຈັນທະວົງ ຜົນນະຈິດ  ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ  ແລະ  ສິ່ງແວດລ້ອມ ແຂວງ ຫຼວງພະບາງ ມີຜູ້ເຂົ້າ ຮ່ວມທັງໝົດ 32 ທ່ານ ຍິງ 7ທ່ານ

ໃນຕອນບ່າຍວັນດຽວກັນ ທີມງານໄດ້ລົງຢ້ຽມຢາມ ບ້ານຈັດສັນ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຈາກໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳອູ 1, ທີ່ ບ້ານຫ້ວຍໂລ, ເມືອງປາກອູ, ແຂວງຫຼວງພະບາງ