ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2020 ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກົມ (ກົມແຜນການ ແລະ ການຮ່ວມມື, ກົມການເງີນ, ກົມທີ່ດິນ, ກົມອຸຕຸນິຍົມອຸທົກ ກະສາດ, ສະຖາບັນຄົ້ນຄວ້າ ຊສ, ກົມຄວບຄຸມມົນລະພິດ) ໄດ້ລົງມາເຄື່ອນໄຫວ ພົບປະໂອ້ລົມ ກັບ ພຊສ ແຂວງຫຼວງພະບາງ ໃຫ້ກຽດ ຕ້ອນຮັບ ໂດຍ ທ່ານ ຄຳຈັນ ໂຄດໄຊ, ຮອງຫົວໜ້າ ພຊສ ແຂວງ ໄດ້ຂື້ນລາຍງານສະພາບການຈັ້ດຕັ້ງປະຕິບັດວຽກງານ ຊສ ໃນໄລຍະ 1 ປີ ທີ່ຜ່ານມາ, ບັນຫາທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ພ້ອມທັງຂໍ້ສະເໜີ ສຳລັບທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນ ບັນດາທ່ານກົວໜ້າກົມ, ຮອງຫົວໜ້າກົມ ໄດ້ພັດປ່່ຽນກັນປະກອບຄຳເຫັນ ກ່ຽວກັບ ຈຸດສ້າງຕັ້ງສະຖານີອຸຕຸກະເສດໃໝ່, ຫ້ອງທົດລອງສິ່ງແວດລ້ອມ ແຂວງ ຫຼວງພະບາງ.

ໃນຕອນບ່າຍ ວັນດຽວກັນນີ້ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງເງີນ ແລະ ເມືອງນານ ຕື່ມອີກ.