ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຂຽນ​ເປັນ​ຕົວ​ອັກສອນ​ຫຍໍ້​ວ່າ "ຫຊສ"ສັງກັດໃນໂຄງປະກອບກົງຈັກ ການ ຈັດຕັ້ງຂັ້ນເມືອງ ມີຖານະເປັນຫ້ອງການໜຶ່ງຂອງເມືອງ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາພາ ແລະ ການຄຸ້ມຄອງທາງດ້ານຊີວິດການເມືອງ ຂອງອົງ ການປົກຄອງເມືອງ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາທາງດ້ານວິຊາການ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ມີພາລະບົດບາດເປັນເສນາທິການໃຫ້​ແກ່ ອົງການປົກຄອງເມືອງ, ພະແນກ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມແຂວງ, ນະຄອນຫຼວງ ໃນການຄຸ້ມຄອງ-ບໍລິຫານ, ຄຸ້ມ​ຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີທີ່ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ລວມທັງວຽກງານໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດໃນຂອບເຂດເມືອງຂອງຕົນ.

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ສະບັບ ເລກທີ 3172/ກຊສ, ລົງວັນທີ 1 ສິງຫາ 2017