Print

ວັນທີ 13 ກຸມພາ 2020 ນີ້ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ກອງປະຊຸມ ປຶກສາ ຫາລື ແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່, ການບໍລິຫານ ເອກະສານ, ທາງລັດຖະການ,ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າ ຂອງ ແມ່ຍິງ,ແມ່ - ເດັກ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ ເປັນກຽດເຂົ້າຮ່ວມ ເປັນປະທານ  ຂອງ ທ່ານ ນາງ ບົວຄໍາ ສຸລິວັນ, ຮັກສາການຫົວໜ້າ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ທ່ານ ຄຳຈັນ ໂຄດໄຊ ຮອງຫົວ ໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ມີທີມງານມາຈາກກະຊວງ, ຫົວໜ້າ, ຮອງ ຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.