ອີງຕາມ ບົດບັນທຶກຄວາມເຂົ້າໃຈ ສອງຝ່າຍ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ແລະ ພະແນກນິເວດ ແລະ ສິ່ງແວດລ້ອມ ແຂວງຢຸນນານ ສ ປ ຈີນ ໃນປີ 2015 ແລະ 2018 ພາຍໃຕ້ຫົວຂໍ້ໂຄງການ '' ໂຄງການສ້າງ ຄວາມເຂັ້ມແຂງດ້ານວິຊາການສິ່ງແວດລ້ອມ '', ພາຍຫຼັງໄດ້ຮັບອຸປະກອນວັດແທກຄຸນນະພາບນໍ້າ ໃນຄັ້ງວັນທີ 20 ມີນາ 2019 ທີ່ ນະ ຄອນຂຸນໝິງ ສ ປ ຈີນ, ທາງຊ່ຽວຊານ ຈາກ ບໍລິສັດ HACH ໄດ້ລົງມາຊຸກຍູ້ທາງດ້ານວິຊາການໃຫ້ແກ່ ພຊສ ຫຼວງພະບາງ, ໃນຕອນເຊົ້າ ວັນທີ 14 ສິງຫາ 2019 ທີ່ ຂະແໜງຕິດຕາມກວດກາ ຊສ, ໂດຍໃຫ້ກຽດເປັນປະທານກ່າວເປີດ ຂອງ ທ່ານ ຂັດຕິຍະ ວັນນະ ສັກ, ຮອງ ຫົວໜ້າພະແນກ ຊສ ຫຼວງພະບາງ, ທ່ານ ລິນ ຈ່ຽນເທົາ, ຕາງໜ້າບໍລິສັດHACH ພ້ອມດ້ວຍທີມງານຫ້ອງທົດລອງວິໄຈ ຄຸນນະພາບນໍ້າ ເຂົ້າຮ່ວມ ຈໍານວນ 11 ທ່ານ, ຍິງ 2 ທ່ານ, ການເຝິກອົບຮົມຄັ້ງນີ້ ເນັ້ນໃສ່ການສາທິດ ວິທີນໍາໃຊ້ເຄື່ອງວັດແທກຄຸນນະພາບ ນໍ້າແບບ ເຄື່ອນທີ່ ໄດ້ແກ່: HACH DR1900, HACH HQ 40D, HACH 2100Q, HACH DRB 200 ເພື່ອໃຊ້ວັດແທກຄ່າ pH, DO, EC, Total Nitrogen, Total Phosphorus, Ammonia ແລະ COD ຜ່ານການປະຕິບັດຕົວຈິງ ໃນ 3​ ວັນເຫັນໄດ້ວ່າ ວິຊາການ ພຊສ ຫຼວງພະບາງ, ມີຄວາມສາມາດນໍາໃຊ້ອຸປະກອນ ດັ່ງກ່າວໄດ້ໃນລະດັບ ພື້ນຖານ.