ໃນຕອນເຊົ້າວັນທີ 19 ສິງຫາ 2019 ເວລາ 9:00 ທີ່ ຫ້ອງປະຊຸມ ພະແນກ ຊສ ຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ຂັນມະນີ ຂຸນພົນ, ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ, ທ່ານ ຄໍາຈັນ ໂຄດໄຊ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ນອກນີ້ຍັງມີ ທ່ານຫົວໜ້າຫ້ອງການ ຊສ 6 ເມືອງຄື: ເມືອງໂພນທອງ, ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ, ເມືອງໂພນໄຊ ແລະ ເມືອງປາກອູ ພ້ອມດ້ວຍວິຊາການຈາກສູນກາງ ແລະ ພຊສ ແຂວງ ເຂົ້າຮ່ວມຈໍານວນ 35 ທ່ານ, ຈຸດປະສົງຂອງພິທີດັ່ງກ່າວ ແມ່ນເພື່ອ ມອບ-ຮັບ ພາຫະນະລົດໃຫຍ່-ລົດຈັກ ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດ ໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບທີ 2 ການຫັນເອົາ ອຸຕຸນິຍົມ-ອຸທົກກະສາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ເປັນທັນສະໄໝ ເປັນສິ່ງອໍານວຍຄວາມສະດວກໃນການປະຕິບັດວຽກງານ ໃນ ຂັ້ນທ້ອງຖິ່ນ.