ໃນຕອນເຊົ້າຂອງວັນທີ 18 ກັນຍາ 2019 ທີ່ ຫ້ອງປະຊຸມ ພຊສ ຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ທອງຈັນ ອັກຄະມະເຂດ, ຮອງຫົວໜ້າກົມຈັດຕັ້ງ, ກຊສ ແລະ ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ພ້ອມດ້ວຍບັນ ດາ ທ່ານຫົວໜ້າຫ້ອງການ ຊສ 1 ນະຄອນຫຼວງພະບາງ ແລະ 11 ເມືອງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພາຍໃນ ພຊສ, ທີມ ງານຈາກກົມຈັດຕັ້ງ ແລະ ວິຊາການ ເຂົ້້າຮ່ວມ 27 ທ່ານ, ຍິງ 4 ທ່ານ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອລົງຊຸກຍູ້ສ້າງຄວາມເຂັ້ມ ແຂງດ້ານວຽກງານຈັດຕັ້ງໃຫ້ແກ່ແຂວງ

ທ່ານ ນາງ ເກສອນ ມີໄຊບົວ, ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ, ພຊສ ໄດ້ຂື້ນລາຍງານ ສະພາບລວມການກຳນົດຕຳແໜ່ງງານ, ການຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດໃນຂັ້ນແຂວງ ໂດຍສະເພາະແມ່ນໄດ້ປະເມີນຄືນ 2 ບັນຫາຄື: 1) ການຄຸ້ມຄອງ-ການນຳ ໃຊ້ອາສາ ສະມັກໃນໄລຍະຜ່ານມາ ພາຍໃນ ພຊສ ແລພ ຫຊສ, 2) ການຈັດຕັ້ງ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງ ແວດລ້ອມ, ສະບັບເລກທີ 3171, 3172/ກຊສ ມີຂໍ້ສະດວກ - ຂໍ້ຫຍຸ້ງຍາກຄືແນວໃດ,​ ການກຳນົດຕຳແໜ່ງງານ ມີຄວາມສອດ ຄ່ອງກັບວຽກງານຕົວຈິງຄືແນວໃດ?