ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ພຊສ ຫຼວງພະບາງ ນຳໂດຍ ທ່ານ ຫົງທອງ ພູມສະຫວັດ, ຫົວໜ້າສູນເຝິກອົບຮົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ໃຫ້ກຽດຕ້ອນຮັບຄະນະທີມງານ.

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກຊສ, ສະບັບເລກທີ 4528/ກຊສ, ລົງວັນທີ 12 ສິງຫາ 2019 ວ່າດ້ວຍ ການເຝິກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ຂອງ ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານ ຊສ, ຈາກນັ້ນ ທີມງານສູນເຝິກອົບຮົມ ກຊສ ໄດ້ສະ ເໜີຫຼັກສູດ ການເຝິກອົບຮົມ ແລະ ພັດທະນາບຸກຄະລາກອນ ຂອງ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບມີ 4 ຂົງເຂດຫຼັກຄື:​ 1) ຫຼັກສູດ ການເປັນເສນາທິການທີ່ດີ, 2) ຫຼັກສູດ ສິ່ງແວດລ້ອມ, 3) ຫຼັກສູດ ການຄຸ້ມຄອງ ແລະ ບໍລິຫານທີ່ດິນ,     4) ຫຼັກສູດ ຊັບພະຍາກອນນໍ້າ,​ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອສັງລວມເປັນແຜນການ ແລະ ຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ.