ໃນລະຫວ່າງວັນທີ 4-6​ ສິງຫາ 2021 ນີ້ ທີ່ ໂຮງແຮມພູແມນ  ຫຼວງພະບາງ ໄດ້ຈັດເຝິກອົບຮົມຝຶກ​ອົບຮົມ​ທາງດ້ານຈັນຍາບັນໃຫ້ແກ່ໄວໜຸ່ມໃນການຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ບັນດາພະແນກການ ອ້ອມຂ້າງແຂວງ ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ຄຳຫຼ້າ ລຽນປະດິດ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກກວດກາພັກ-ລັດ 

ໃນໄລຍະວັນທີ 6-8 ກໍລະກົດ 2021 ຜ່ານມານີ້ ທີມງານຂອງແຂວງ ນຳໂດຍ ທ່ານ ພຽງຄຳ ທຳມະວົງ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນອກນີ້ ຍັງມີຜູ້ຕາງໜ້າ ຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຕຳຫຼວດສິ່ງແວດລ້ອມ (ປກສ ແຂວງ) ໄດ້ລົງສົມທົບກັບ ຫ້ອງການ ຊສ  ລົງກວດກາ ການນຳໃຊ້ສານເຄມີ (ປຸ໋ຍ) ຂອງໂຄງ ການປູກກ້ວຍຫອມ ບໍລິສັດຈິນຊຸຍ ບ້ານຫ້ວຍຫອຍ, ບໍລິສັດເຢົາເຈີ້ນຖັງ ບ້ານໂພນ ແລະ ບໍລິສັດຫຼົງສຽນ ບ້ານຫ້ວຍຫຼາ ທີ່ ເມືອງນານ

ທີມງານແຂວງ ລົງກວດກາ ສາງເກັບມ້ຽນປຸ໋ຍເຄມີ ບໍລິສັດເຢາເຈີ້ນຖັງ ບ້ານໂພນ

ທີມງານຂອງແຂວງ-ເມືອງ ລົງກວດກາ ສວນກ້ວຍ

ໃນໄລຍະວັນທີ 5-9 ກໍລະກົດ 2021 ຜ່ານມານີ້ ທີ່ ຫ້ອງປະຊຸມພະແນກ ຊສ ຫຼວງພະບາງ ໄດ້ຈັດເຝິກອົບຮົມຂື້ນ ໃນຫົວຂໍ້ ‘’ການຈັດການ ແລະ ການຄຸ້ມຄອງຖານຂໍ້ມູນທະບຽນທີ່ດິນ ພ້ອມທັງປັບປຸງຖານຂໍ້ມູນທີ່ດິນ Lao Land Reg 6.34 version ‘’

ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ຈັນທະວົງ ຜົນນະຈິດ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ: ຍິງ 12​ ທ່ານ, ພະນັກງານຈາກກົມທີ່ດິນ 5 ທ່ານ, ວິຊາການຈາກ ຫຊສ 12​ ເມືອງເຂົ້າຮ່ວມ 24 ທ່ານ.

ໃນລະຫວ່າງວັນທີ 13-18 ມິຖຸນາ 2021 ນໍາໂດຍ ທ່ານ ພຽງຄຳ ທຳມະວົງ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຊສ, ທ່ານ ຂັດຕິຍະ ວັນນະສັກ, ປະທານກວດກາພັກ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຂະແໜງການພາຍໃນພະແນກ ໄດ້ລົງຊຸກຍູ້ສ້າງຄວາມເຂັ້ມແຂງ ວຽກງານຮອບດ້ານໃຫ້ແກ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນໍ້າບາກ, ເມືອງໂພນທອງ, ເມືອງງອຍ, ເມືອງນານ ແລະ ເມືອງພູຄູນ ໃນການກຳນົດຕຳແໜ່ງງານ, ການຈັດຕັ້ງປະຕິບັດ ຍຸດທະສາດສີຂຽວງາມຕາ, ການອອກໃບຢັ້ງຢືນສິ່ງແວດລ້ອມ ຂັ້ນຫົວໜ່ວຍທຸລະກິດຄອບຄົວ, ການຂື້ນທະບຽນອອກໃບຕາດິນ ແລະ ການເກັບລາຍຮັບວິຊາການ ໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທ່ານ ພຽງຄຳ ທຳມະວົງ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງນໍ້າບາກ