ວັນທີ 5 ມິຖຸນາ 2020 ທີ່ ບ້ານພູຊ້າງຄຳ ນະຄອນຫຼວງພະບາງ ໄດ້ມີພິທີໂຮມຊຸມຊຸມປູກໄມ້ ເພື່ອສະເຫຼີມສະຫຼອງວັນແວດລ້ອມໂລກ 5 ມິຖຸນາ ຂື້ນ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຈັນທະວົງ ຜົນນະຈິດ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ທ່ານ ສຸກັນ ພັນໂດລັກ, ເຈົ້ານະຄອນຫຼວງພະບາງ

ພ້ອມດ້ວຍ ບັນດາພະແນກການ, ຫ້ອງການ, ອານານ-ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ, ໂຮງຮຽນມັດທະຍົມ ແລະ ປະຊາຊົນ ບ້ານພູຊ້າງຄຳເຂົ້າຮ່ວມຢ່າງພ້ອມພຽງ ຮ່ວມກັນປູກໄມ້ເພື່ອຟື້ນຟູລະບົບນິເວດທຳມະຊາດຂອງພູຊ້າງຄຳໃຫ້ກັບຄືນສູ່ສະພາບເດີມ ຈາກ ນັ້ນກໍ່ມອບໃຫ້ປະຊາຊົນເປັນຜູ້ສືບຕໍ່ບົວລະບັດຮັກສາ ໂດຍໄດ້ຮັບສະໜັບສະໜູນ ຈາກໂຄງການສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ LEN2 ແລະ ບໍລິສັດໄຟຟ້າຫົງສາຈຳກັດ