ໃນລະຫວ່າງວັນທີ 13-18 ມິຖຸນາ 2021 ນໍາໂດຍ ທ່ານ ພຽງຄຳ ທຳມະວົງ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຊສ, ທ່ານ ຂັດຕິຍະ ວັນນະສັກ, ປະທານກວດກາພັກ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຂະແໜງການພາຍໃນພະແນກ ໄດ້ລົງຊຸກຍູ້ສ້າງຄວາມເຂັ້ມແຂງ ວຽກງານຮອບດ້ານໃຫ້ແກ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນໍ້າບາກ, ເມືອງໂພນທອງ, ເມືອງງອຍ, ເມືອງນານ ແລະ ເມືອງພູຄູນ ໃນການກຳນົດຕຳແໜ່ງງານ, ການຈັດຕັ້ງປະຕິບັດ ຍຸດທະສາດສີຂຽວງາມຕາ, ການອອກໃບຢັ້ງຢືນສິ່ງແວດລ້ອມ ຂັ້ນຫົວໜ່ວຍທຸລະກິດຄອບຄົວ, ການຂື້ນທະບຽນອອກໃບຕາດິນ ແລະ ການເກັບລາຍຮັບວິຊາການ ໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທ່ານ ພຽງຄຳ ທຳມະວົງ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງນໍ້າບາກ

ທ່ານ ພຽງຄຳ ທຳມະວົງ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງໂພນທອງ

ທ່ານ ພຽງຄຳ ທຳມະວົງ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງງອຍ

ທ່ານ ຂັດຕິຍະ ວັນນະສັກ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງນານ

ທ່ານ ຂັດຕິຍະ ວັນນະສັກ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ຫ້ອງການ ຊສ ເມືອງພູຄູນ