ໃນໄລຍະວັນທີ 5-9 ກໍລະກົດ 2021 ຜ່ານມານີ້ ທີ່ ຫ້ອງປະຊຸມພະແນກ ຊສ ຫຼວງພະບາງ ໄດ້ຈັດເຝິກອົບຮົມຂື້ນ ໃນຫົວຂໍ້ ‘’ການຈັດການ ແລະ ການຄຸ້ມຄອງຖານຂໍ້ມູນທະບຽນທີ່ດິນ ພ້ອມທັງປັບປຸງຖານຂໍ້ມູນທີ່ດິນ Lao Land Reg 6.34 version ‘’
ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ຈັນທະວົງ ຜົນນະຈິດ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ: ຍິງ 12 ທ່ານ, ພະນັກງານຈາກກົມທີ່ດິນ 5 ທ່ານ, ວິຊາການຈາກ ຫຊສ 12 ເມືອງເຂົ້າຮ່ວມ 24 ທ່ານ.
ຈຸດປະສົງ ແມ່ນເພື່ອປັບປຸງລະບົບຖານຂໍ້ມູນທີ່ດິນ ດ້ວຍລະບົບດິຈິຕອນ ເພື່ອສະດວກໃນການຊໍາລະພາສີທີ່ດິນ ແລະ ກ້າວໄປສູ່ ການວາງແຜນພັດທະນາລະບົບຊໍາລະ ຄ່າທຳນຽມທີ່ດິນ ແລະ ຄ່າບໍລິການ ກ່ຽວກັບທີ່ດິນ ໃຫ້ທັນສະໄໝຂື້ນ.