Print

ໃນໄລຍະວັນທີ 6-8 ກໍລະກົດ 2021 ຜ່ານມານີ້ ທີມງານຂອງແຂວງ ນຳໂດຍ ທ່ານ ພຽງຄຳ ທຳມະວົງ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນອກນີ້ ຍັງມີຜູ້ຕາງໜ້າ ຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຕຳຫຼວດສິ່ງແວດລ້ອມ (ປກສ ແຂວງ) ໄດ້ລົງສົມທົບກັບ ຫ້ອງການ ຊສ  ລົງກວດກາ ການນຳໃຊ້ສານເຄມີ (ປຸ໋ຍ) ຂອງໂຄງ ການປູກກ້ວຍຫອມ ບໍລິສັດຈິນຊຸຍ ບ້ານຫ້ວຍຫອຍ, ບໍລິສັດເຢົາເຈີ້ນຖັງ ບ້ານໂພນ ແລະ ບໍລິສັດຫຼົງສຽນ ບ້ານຫ້ວຍຫຼາ ທີ່ ເມືອງນານ

ທີມງານແຂວງ ລົງກວດກາ ສາງເກັບມ້ຽນປຸ໋ຍເຄມີ ບໍລິສັດເຢາເຈີ້ນຖັງ ບ້ານໂພນ

ທີມງານຂອງແຂວງ-ເມືອງ ລົງກວດກາ ສວນກ້ວຍ

ຈຸດປະສົງ ໃນການລົງກວດກາໃນຄັ້ງນີ້ ເພື່ອເກັບກໍາຂໍ້ມູນ ການນໍາເຂົ້້າ, ການຄຸ້ມຄອງ ແລະ ການນໍາໃຊ້ປຸ໋ຍເຄມີ, ຢາປາບສັດຕູພືດ ຂອງໂຄງການ, ຕິດຕາມ-ກວດກາ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດປູກກ້ວຍຕ້ອງປະກອບເອກະສານດຳເນີນທຸລະກິດລວມທັງການສ້າງແຜນຄຸ້ມຄອງສິ່ງແວດລ້ອມໃຫ້ຄົບຖ້ວນຖືກຕ້ອງຕາມລະບຽບການ, ຕິດ ຕາມກວດກາການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມຂອງໂຄງການ

ສຳພາດ ນັກລົງທຶນຈີນ ບໍລິສັດຈິນຊຸຍພັດທະນາກະສິກຳຈຳກັດ ບ້ານຫ້ວຍຫອຍ

ສະຖານທີ່ ຖີ້ມຂີ້ເຫຍື້ອ ບໍລິສັດເຢົາເຈີ້ນຖັງ ບ້ານໂພນ

ສະຖານທີ່ລ້າງກ້ວຍ-ເຄືອບກ້ວຍ