ໃນລະຫວ່າງວັນທີ 4-6​ ສິງຫາ 2021 ນີ້ ທີ່ ໂຮງແຮມພູແມນ  ຫຼວງພະບາງ ໄດ້ຈັດເຝິກອົບຮົມຝຶກ​ອົບຮົມ​ທາງດ້ານຈັນຍາບັນໃຫ້ແກ່ໄວໜຸ່ມໃນການຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ບັນດາພະແນກການ ອ້ອມຂ້າງແຂວງ ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ຄຳຫຼ້າ ລຽນປະດິດ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກກວດກາພັກ-ລັດ 

ມີ​ຜູ້​ເຂົ້າຮ່ວມ​ທັງ​ໝົດ 53 ທ່ານ, ຍິງ 21 ທ່ານ, ​ໃນ​ນັ້ນມີ​ນັກສຳມະນາກອນມາຈາກ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ 04 ທ່ານ; ອົງການກວດກາລັດແຂວງ 03 ທ່ານ, ພະແນກອ້ອມຂ້າງແຂວງ 17 ທ່ານ, ມະຫາວິທະຍາໄລສຸພານຸວົງ 20 ທ່ານ ແລະ ມສ ປ່ອງຄໍາ, ເດັກກໍາພ້າ ແລະ ມສ ສັນຕິພາບ 09 ທ່ານ

ເອກະສານທີ່ສຳຄັນ ທີ່ນຳມາເຝິກອົບຮົມໃນຄັ້ງນີ້ ປະກອບມີ

  • ສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ;
  • ບົດແນະນໍາຂອງອົງການຕ້ານການຟອກເງິນສາກົນ;
  • ຄວາມຊື່ສັດ ແລະ ຮີດຄອງປະເພນີ;
  • ໂຄ່ງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນ

ສູນກາງ ແລະ ໂຄ່ງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງພາກເອກະຊົນ

  • ຄວາມຮັບຮູ້ຂອງພົນລະເມືອງລາວຕໍ່ການສໍ້ລາດບັງຫຼວງ ແລະ ການສົມທຽບກັບຕ່າງປະເທດ;
  • ໂຄ່ງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງກະຊວງສຶກສາ ແລະ ກິລາ;
  • ປະສົບການ ແລະ ຜົນສໍາເລັດຂອງຊາວໜຸ່ມໃນການຕ້ານການສໍ້ລາດບັງຫຼວງຂອງບາງປະເທດ;
  • ການເຮັດບົດຝືກຫັດກ່ຽວກັບໂຄງການວາງແຜນສ້າງຄວາມຊື່ສັດຂອງໄວໜຸ່ມ;