ໃນຕອນບ່າຍວັນທີ 19 ຕຸລາ 2020 ໄດ້ຈັດກອງປະຊຸມທາງໄກຂື້ນ ລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ 16 ແຂວງທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ສົມມາດ ພົຣເສນາ, ລັດຖະມົນຕີ ກຊສ, ທ່ານຫົວໜ້າກົມ ແລະ ຫົວໜ້າພະແນກ ຊສ ທົ່ວປະເທດ ຮ່ວມກັບກະຊວງນິເວດ ແລະ ສິ່ງ ແວດລ້ອມ ສປຈີນ  ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້: 

1) ນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ກ່ຽວກັບການຄຸ້ມຄອງການນຳເຂົ້າສິ່ງເສດເຫຼືອຂອງແຂງ ຂອງສປຈີນ

2)​ ການຄຸ້ມຄອງສິ່ງເສດເຫຼືອຟາສຕິກ ຂອງສປຈີນ

3) ການຄຸ້ມຄອງສິ່ງເສດເຫຼືອ ປະເພດເສດອາຫານຈາກໂຮງອາຫານ ຂອງສປຈີນ