ໂດຍປະຕິຕາມຄຳສັ່ງ ເລກທີ 01/ກມ ສພ, ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ແລະ ຄໍາແນະນໍາ ເລກທີ 29/ຄຈສພ, ລົງວັນທີ່ 26/ 4/ 2018 ກ່ຽວກັບ ການຈັດຕັ້ງປະຕິບັດ ຄໍາສັ່ງຂອງກົມການ ເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ອີງຕາມ ມະຕິຕົກລົງຂອງຄະນະປະຈຳພັກແຂວງຫຼວງພະບາງ ວ່າດ້ວຍອະນຸມັດ ໃບຢັ້ງຢືນໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ເລກທີ 33/ຄປພຂ.ຫຼບ, ລົງວັນທີ 27 ກຸມພາ 2019

ຄັ້ງວັນທີ 19 ເມສາ 2019 ທີ່ ຫ້ອງປະຊຸມ ພຊສ ພາຍໃຕ້ການເປັນປະທານ ຂອງ ທ່ານ ມອນໄຊ ລາມົ່ວຊົ່ງ, ຄະນະປະຈຳພັກແຂວງ, ຫົວ ໜ້າຄະນະຈັດຕັ້ງແຂວງ, ໜ່ວຍພັກບໍລິຫານ-ແຜນການ-ຈັດຕັ້ງ, ໜ່ວຍ​ພັກທີ່ດິນ,  ໜ່ວຍພັກສິ່ງແວດລ້ອມ, ໜ່ວຍພັກອຸຕຸ ນິຍົມ, ໜ່ວຍພັກກວດກາລັດ-ກວດກາຊັບພະຍາກອນທໍາມະຊາດ ແມ່ນຂຶ້ນກັບ ຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງ ຫຼວງພະບາງ ໄດ້ສ້າງຕັ້ງຂຶ້ນ ຕາມມະຕິຕົກລົງ ຂອງ ຄະນະປະຈໍາພັກແຂວງ ສະບັບເລກທີ 181/ຄປພຂ, ລົງວັນທີ່ ຄັ້ງວັນທີ່ 08 ສິງຫາ 2014 ປະກອບມີຄະນະໜ່ວຍພັກ 14 ສະຫາຍ, ຍີງ 1 ສະຫາຍ, ມີສະມາຊິກພັກທັງໝົດ 62 ສະຫາຍ, ຍິງ 13 ສະ ຫາຍ, ສະມາຊິກສຳຮອງ 2 ສະຫາຍ, ຍີງ 1 ສະຫາຍ. ສະມາຊິກພັກພາຍໃນໜ່ວຍພັກ ແມ່ນເປັນລັດຖະກອນໝົດ. ອາຍຸຂອງສະມາຊິກ ພັກສູງສຸດ 60 ປີ ແລະ ຕຳສຸດ 29 ປີ, ອາຍຸສະເລ່ຍ 44,5 ປີ. ລະດັບວິຊາສະເພາະ ຊັ້ນກາງ 7 ສະຫາຍ, ຍີງ 1 ສະຫາຍຊັ້ນສູງ 20 ສະຫາຍ, ຍິງ 3 ສະຫາຍ, ປະລິນຍາຕີ 29 ສະຫາຍ, ຍິງ 12 ສະຫາຍ, ປະລິນຍາໂທ 6 ສະຫາຍ, ຍີງ 0 ສະຫາຍ. ລະດັບທິດສະດີການເມືອງ-ການ ປົກຄອງ  45 ວັນ 5 ສະຫາຍ, ຍີງ 1 ສະຫາຍ; ຊັ້ນຕົ້ນ 1 ສະຫາຍ, ຍິງ 0 ສະ ຫາຍ, ຊັ້ນກາງ 10 ສະຫາຍ, ຍິງ 3 ສະຫາຍ; ຊັ້ນສູງ 5 ສະ ຫາຍ, ຍິງ 0 ສະຫາຍ; ປະລິນຍາໂທ 1 ສະຫາຍ, ຍີງ 0 ສະຫາຍ, ພວມກໍາລັງສຶກສາ ປະລິນຍາຕີ 2 ສະຫາຍ.  ຄະນະພັກຮາກ ຖານກຸ່ມເສດ ຖະກິດເຂົ້າຮ່ວມ, ພາຍຫຼັງຂື້ນຮັບໃບຢັ້ງຢືນ ທ່ານ ມອນໄຊ ລາມົ່ວຊົ່ງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ໃຫ້ທິດ ຊີ້ນຳ ໃຫ້ເອົາໃສ່ວຽກງານກໍ່ສ້າງການເມືອງແນວຄິດ, ປັບປຸງກົນໄກ ຂອງອົງການຈັດຕັ້ງ ແລະ ການບໍລິການ, ວຽກງານກໍ່ສ້າງພັກ ວຽກງານຈັດຕັ້ງໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ.