Print

       

ເພື່ອຄໍານັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ພະແນກ ຊສ ຫຼວງພະບາງ ໃນຕອນແລງຂອງ ວັນທີ 27 ກັນຍາ 2019 ທີ່ ເດີ່ນຟຸດຊໍ ຢູບາ ນະຄອນຫຼວງພະບາງ ໄດ້ຈັດໃຫ້ມີຂະບວນແຂ່ງຂັນເຕະບານ ກະຊັບມິດ ລະຫວ່າງ ຄະນະຊາວຫນຸ່ມໜ່ວຍ ພຊສ ແລະ ກັບ ຄະນະໜ່ວຍຊາວໜຸ່ມ ພະແນກ ຍທຂ ໂດຍການໃຫ້ກຽດເຂົ້້າຮ່ວມຂອງ ສະຫາຍ ຂັດຕິຍະ ວັນນະສັກ, ປະທານກວດກາພັກ, ຄະນະພັກຮາກຖານ ພຊສ ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງໜ່ວຍເຂົ້າຮ່ວມ 44 ຄົນ, ຜົນການແຂ່ງຂັນປະກົດວ່າ ສະເໝີກັນ ດ້ວຍຄະແນນ 5-5.