1. ສະເໜີປັບປຸງແກ້ໄຂ, ສ້າງ ຫຼື ຍົກເລີກບັນດານະ​ໂ​ຍບາຍ, ​ແຜນຍຸດ​ທະ​ສາດ, ນິຕິກໍາຕ່າງໆທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  2. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳດ້ານວິຊາການ ກ່ຽວກັບວຽກງານການ​ຄຸ້ມ​ຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
  3. ຕີ​ລາຄາ ​ແລະ ປະ​ເມີນ​ຜົນ​ການ​ນໍາ​ໃຊ້​ທີ່​ດິນ, ອອກ ຫຼື ຖອນ​ເອກະສານ​ຢັ້ງຢືນ​ກ່ຽວກັບ​ສິດ​ນໍາ​ໃຊ້​ທີ່​ດິນ; ຄົ້ນ ຄ້ວາ​ນໍາ​ສະ​ເໜີກ່ຽວກັບ​ການ​ແກ້​ໄຂ​ບັນຫາ​ທີ່​ດິນ,​ ໃຫ້ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ ກ່ຽວກັບ​ວຽກງານທີ່​ດິນ ​ແລະ ​ເກັບ​ລາຍ​ຮັບ​ຕ່າງໆກ່ຽວກັບ​ທີ່​ດິນ;
  4. ສະເໜີຂັ້ນເທີງ ສັ່ງ​ໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນ​ໃບ​ຢັ້ງຢືນ​, ໃບອະນຸຍາດດໍາເນີນກິດຈະການຕ່າງໆກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
  5. ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດ ໝາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ​ ແກ່ຊັບພະຍາກອນທໍາມະຊາດ ​ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
  6. ສະເໝີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບ ກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
  7. ສະ​ເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດໜູນ ບໍາເນັດ-ບໍານານ ອຸດ​ໜູນ​ທາດ​ເບື່ອ, ເຄ​ມີ ແລະ ສານ​ພິດ​ຕ່າງໆ, ອຸດ​ໜູນ ເສຍ​ກຳ​ລັງ​ແຮງ​ງານຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
  8. ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຕາມການມອບໝາຍ ​ແລະ ການ​ເຫັນ​ດີຂອງຂັ້ນເທີງ;
  9. ສະ​ເໜີສ້າງ​ຕັ້ງ​ຄະນະ​ກໍາມະການ​ສິ່ງ​ແວດ​ລ້ອມ​ເມືອງ, ຄະນະ​ກໍາມະການ​ອື່ນ ທີ່ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ​ຊັບພະ ຍາກອນທໍາ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ ຕາມ​ຄວາມ​ຈໍາ​ເປັນ;
  10. ປະຕິ​ບັດ​ສິດ​ອື່ນໆ ຕາມ​ທີ່​ຫົວໜ້າພະແນກຊັບ​ພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ, ນະຄອນ ຫຼວງ ຫຼື ເຈົ້າເມືອງ ​ໄດ້​ມອບ​ໝາຍ​ໃຫ້​ສະ​ເພາະ ​ແລະ ຕາມສິດ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ​ຕ່າງໆ.

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ສະບັບ ເລກທີ 3172/ກຊສ, ລົງວັນທີ 1 ສິງຫາ 2017