ໃນຕອນເຊົ້າ ວັນທີ 31 ມັງກອນ 2019 ພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ຄໍາຂັນ ຈັນທະວີສຸກ, ກໍາມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານ ພຊສ ປະຈໍາປີ 2018.

ທ່ານ ຄໍາຈັນ ໂຄດໄຊ, ຮອງເລຂາຄະນະພັກ, ຮອງຫົວໜ້າພະແນກ ຊສ ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 1 ປີ ຜ່ານມາ, ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ຍົກເອົາບັນຫາທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງທີ່ດິນ, ການຈັບຈອງ-ຊື້ຂາຍທີ່ດິນ, ການອອກໃບຕາດິນ ຢູ່ເຂດຫ່າງໄກສອກຫຼີກ, ການສ້າງຈິດສໍານຶກດ້ານສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມ ແບບຍຸດທະຍາດ.

ທ່ານ ລັດຖະມົນຕີ ກຊສ ໄດ້ຊີ້ນໍາ ທິດທາງແຜນການການຈັດຕັ້ງປະຕິບັດວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນຕໍ່ໜ້າ, ທ່ານເຈົ້າແຂວງ ໄດ້ໃຫ້ຊີ້ນໍາ ໃນຂອດການປະສານງານ ລະຫວ່າງພະແນກການ ໃຫ້ສອດຄ່ອງ, ຖືກຕ້ອງ ແລະ ທັນການ.