ໃນ​ວັນ​ທີ 13-14 ກຸມ​ພາ 2019 ນີ້ ທີ່ ຫ້ອງ​ປະ​ຊຸມ ພ​ຊ​ສ ຫຼວງ​ພະ​ບາງ ໄດ້​ຈັດກອງ​ປະ​ຊຸມ​ປະ​ເມີນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ ວ່າ​ດ້ວຍ ທີ່​ດິນ, ກົດ​ໝາຍ ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ກົດ​ໝາຍ ວ່າ​ດ້ວຍ ນ້ຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ, ນິ​ຕິ​ກຳ​ໃຕ້​ກົດ​ໝາຍ ພາຍ​ໃຕ້​ການ​ເປັນ​ປະ​ທານ ຂອງ ທ່ານ ບຸນ​ຕີ ເດດ​ວົງ​ສອນ, ຫ​ົວ​ໜ້າ​ກົມ​ນິ​ຕິ​ກຳ, ກ​ຊ​ສ ແລະ ທ່ານ ຄຳ​ຈັນ ໂຄດ​ໄຊ, ຮອງ​ຫົວ​ໜ້າ​ພະ​ແນກ ຊ​ສ ພ້ອມດ້ວຍ ຫົວ​ໜ້າ​ຂະ​ແໜງ​ການ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່ ມະ​ຕິ ວ່າ​ດ້ວຍ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ກົດ​ໝາຍ, ເລກ​ທີ 037/ຄ​ພ​ສ​ພ, ລົງ​ວັນ​ທີ 18 ມິ​ຖຸ​ນາ 2018, ຂໍ້​ຕົກ​ລົງ​ເລກ​ທີ 5821/ກ​ຊ​ສ, ລົງ​ວັນ​ທີ 9 ພະ​ຈິກ 2018, ໜັງ​ສື​ທາງ​ລັດ​ຖະ​ການ, ເລກ​ທີ 621/ຫ​ສນຍ, ລົງ​ວັນ​ທີ 5 ຕຸ​ລາ 2018, ລາຍ​ງານ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ ວ່າ​ດ້ວຍ​ທີ່​ດິນ, ສະ​ບັບ​ປີ  2003,  ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ສະ​ບັບ​ປີ 2012 ແລະ  ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ ວ່າ​ດ້ວຍ ນ້ຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ, ສະ​ບັບ​ປີ 2017 ຈາກນັ້ນ ໄດ້​ມີ​ການ​ແລກ​ປ່ຽນ​ບົດ​ຮຽນ, ຕັ້ງ​ຄຳ​ຖາມ​ເຈາະ​ຈີ້ມ ຂໍ້​ສະ​ດວກ-ຂໍ້​ຫຍຸ້ງ​ຍາກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ດັ່ງ​ກ່າວ ໃນ​ວຽກ​ງານ​ຕົ​ວ​ຈິງ.