ອີງຕາມ ບົດບັນທຶກຄວາມເຂົ້້າໃຈ ລະຫວ່າງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ສ ປປ ລາວ ແລະ ພະແນກນິເວດ ແລະ ສິ່ງແວດລ້ອມ ແຂວງຢຸນນານ, ກະຊວງນິເວດ ແລະ ສິ່ງແວດລ້ອມ ສ ປ ຈີນ ສະບັບຄັ້ງວັນທີ 30 ຕຸລາ 2015 ທີ່ ນະຄອນ ຂຸນໝິງ ແຂວງຢຸນ ນານ ສ ປ ຈີນ, ໃນວັນທີ 20ມີນາ 2019 ທີ່ ໂຮງແຮມ ເຈີ້ນຈວ່າງ ນະຄອນ ຂຸນໝິງ ແຂວງຢຸນນານ ສ ປ ຈີນ ໄດ້ມີພິທີມອບຮັບອຸປະ ກອນຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ (ເຄື່ອງວັດແທກຄຸນນະພາບນໍ້າ,​ ເຄື່ອງວັດແທກລະດັບ ສຽງ ແລະ ເຄື່ອງຮັບໃຊ້ ຫ້ອງ ການຈໍານວນໜຶ່ງ ມູນຄ່າ 208,345 ຢວນ) ໃຫ້ແກ່ ພຊສ ແຂວງຫຼວງພະບາງ ກ່າວຮັບໂດຍທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າ ພະແນກ ຊສ