ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງພະບາງ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ທີ່ດິນ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະແໜງ ກວດກາ
      • ຂະ​ແໜງ​ຕິດ​ຕາມກວດ​ກາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ພຊສ ຊຽງຂວາງ ພົບປະແລກປ່ຽນບົດຮຽນ ທີ່ ແຂວງຫຼວງພະບາງ

ໃນຕອນເຊົ້າ ເວລາ 08 ໂມງ 00 ນາທີ ຂອງວັນທີ່ 18 ກຸມພາ ທີ່ຫ້ອງປະຊຸມ ພຊສ ແຂວງ ຫຼວງພະບາງ ໄດ້ເປີດກອງປະຊຸມແລກປ່ຽນບົດ ຮຽນ ວຽກງານຄຸ້ມຄອງສີ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ວຽກງານຍົກຍ້າຍຈັດສັນ, ນຳທີມໂດຍ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກ ຊັບພະ ຍາກອນທຳມະຊາດ  ແລະ  ສິ່ງແວດລ້ອມ ແຂວງຊຽງຂວາງ

Read more: ພຊສ ຊຽງຂວາງ ພົບປະແລກປ່ຽນບົດຮຽນ ທີ່ ແຂວງຫຼວງພະບາງ

ຫ້ອງການ ກະຊວງ ຊສ ລົງຊຸກຍູ້ວຽກງານ ໃຫ້ ພຊສ ຫຼວງພະບາງ

ວັນທີ 13 ກຸມພາ 2020 ນີ້ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ກອງປະຊຸມ ປຶກສາ ຫາລື ແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່, ການບໍລິຫານ ເອກະສານ, ທາງລັດຖະການ,ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າ ຂອງ ແມ່ຍິງ,ແມ່ - ເດັກ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ ເປັນກຽດເຂົ້າຮ່ວມ ເປັນປະທານ  ຂອງ ທ່ານ ນາງ ບົວຄໍາ ສຸລິວັນ, ຮັກສາການຫົວໜ້າ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ທ່ານ ຄຳຈັນ ໂຄດໄຊ ຮອງຫົວ ໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ມີທີມງານມາຈາກກະຊວງ, ຫົວໜ້າ, ຮອງ ຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

Read more: ຫ້ອງການ ກະຊວງ ຊສ ລົງຊຸກຍູ້ວຽກງານ ໃຫ້ ພຊສ ຫຼວງພະບາງ

ທ່ານ ຮອງລັດຖະມົນຕີ ກຊສ ລົງເຄື່ອນໄຫວ ພົບປະໂອ້ລົມ ພຊສ ຫຼວງພະບາງ

ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2020 ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກົມ (ກົມແຜນການ ແລະ ການຮ່ວມມື, ກົມການເງີນ, ກົມທີ່ດິນ, ກົມອຸຕຸນິຍົມອຸທົກ ກະສາດ, ສະຖາບັນຄົ້ນຄວ້າ ຊສ, ກົມຄວບຄຸມມົນລະພິດ) ໄດ້ລົງມາເຄື່ອນໄຫວ ພົບປະໂອ້ລົມ ກັບ ພຊສ ແຂວງຫຼວງພະບາງ ໃຫ້ກຽດ ຕ້ອນຮັບ ໂດຍ ທ່ານ ຄຳຈັນ ໂຄດໄຊ, ຮອງຫົວໜ້າ ພຊສ ແຂວງ ໄດ້ຂື້ນລາຍງານສະພາບການຈັ້ດຕັ້ງປະຕິບັດວຽກງານ ຊສ ໃນໄລຍະ 1 ປີ ທີ່ຜ່ານມາ, ບັນຫາທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ພ້ອມທັງຂໍ້ສະເໜີ ສຳລັບທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນ ບັນດາທ່ານກົວໜ້າກົມ, ຮອງຫົວໜ້າກົມ ໄດ້ພັດປ່່ຽນກັນປະກອບຄຳເຫັນ ກ່ຽວກັບ ຈຸດສ້າງຕັ້ງສະຖານີອຸຕຸກະເສດໃໝ່, ຫ້ອງທົດລອງສິ່ງແວດລ້ອມ ແຂວງ ຫຼວງພະບາງ.

Read more: ທ່ານ ຮອງລັດຖະມົນຕີ ກຊສ ລົງເຄື່ອນໄຫວ ພົບປະໂອ້ລົມ ພຊສ ຫຼວງພະບາງ

ຄະນະຊາວໜຸ່ມໜ່ວຍ ພຊສ ລົງແຂ່ງຂັນເຕະບານ ກັບ ຄະນະຊາວໜຸ່ມໜ່ວຍ ພະແນກ ຍທຂ

       

ເພື່ອຄໍານັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ພະແນກ ຊສ ຫຼວງພະບາງ ໃນຕອນແລງຂອງ ວັນທີ 27 ກັນຍາ 2019 ທີ່ ເດີ່ນຟຸດຊໍ ຢູບາ ນະຄອນຫຼວງພະບາງ ໄດ້ຈັດໃຫ້ມີຂະບວນແຂ່ງຂັນເຕະບານ ກະຊັບມິດ ລະຫວ່າງ ຄະນະຊາວຫນຸ່ມໜ່ວຍ ພຊສ ແລະ ກັບ ຄະນະໜ່ວຍຊາວໜຸ່ມ ພະແນກ ຍທຂ ໂດຍການໃຫ້ກຽດເຂົ້້າຮ່ວມຂອງ ສະຫາຍ ຂັດຕິຍະ ວັນນະສັກ, ປະທານກວດກາພັກ, ຄະນະພັກຮາກຖານ ພຊສ ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງໜ່ວຍເຂົ້າຮ່ວມ 44 ຄົນ, ຜົນການແຂ່ງຂັນປະກົດວ່າ ສະເໝີກັນ ດ້ວຍຄະແນນ 5-5.

Read more: ຄະນະຊາວໜຸ່ມໜ່ວຍ ພຊສ ລົງແຂ່ງຂັນເຕະບານ ກັບ ຄະນະຊາວໜຸ່ມໜ່ວຍ ພະແນກ ຍທຂ

ສູນເຝິກອົບຮົມ, ກຊສ ລົງຊຸກຍູ້ວຽກງານ ເຝິກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ຢູ່ຂັ້ນແຂວງ

ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ພຊສ ຫຼວງພະບາງ ນຳໂດຍ ທ່ານ ຫົງທອງ ພູມສະຫວັດ, ຫົວໜ້າສູນເຝິກອົບຮົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ໃຫ້ກຽດຕ້ອນຮັບຄະນະທີມງານ.

Read more: ສູນເຝິກອົບຮົມ, ກຊສ ລົງຊຸກຍູ້ວຽກງານ ເຝິກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ຢູ່ຂັ້ນແຂວງ

  1. ກົມຈັດຕັ້ງ-ພະນັກງານ, ກຊສ ລົງຊຸກຍູ້ສ້າງຄວາມເຂັ້ມແຂງວຽກງານຈັດຕັ້ງ
  2. ມອບ-ຮັບ ພາຫະນະລົດໃຫຍ່-ລົດຈັກ ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບທີ 2 ການຫັນລະບົບອຸຕຸນິຍົມ-ອຸທົກກະສາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ເປັນທັນສະໄໝ
  3. ຊ່ຽວຊານ ບໍລິສັດ HACH ສ ປ ຈີນ ເຝິກອົບຮົມກັບທີ່ ການນໍາໃຊ້ອຸປະກອນວັດແທກຄຸນນະພາບນໍ້າ ໃຫ້ ວິຊາການ ພຊສ
  4. ພິທີຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

Page 3 of 5

  • 1
  • 2
  • 3
  • 4
  • ...
  • You are here:  
  • Home

Latest Articles

  • ແຜນຈັດສັນທີ່ດິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • ປະກາດຮັບສະມັກພະນັກງານສັນຍາໂຄງການ
  • ຝຶກອົບຮົມທາງດ້ານຈັນຍາບັນໃຫ້ແກ່ໄວໜຸ່ມໃນການຕ້ານການສໍ້ລາດບັງຫຼວງ
  • ບົດລາຍງານ ສະພາບມົນລະພິດ ແຂວງ ຫລວງພະບາງ
  • ລົງຊຸກຍູ້ ແລະ ຕິດຕາມກວດກາ ການນຳໃຊ້ສານເຄມີ ຂອງໂຄງການປູກກ້ວຍຫອມຢູ່ເມືອງນານ
288810
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
12
167
1284
286277
345
4038
288810

Your IP: 44.200.112.172
2023-06-03 01:18
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງພະບາງ