ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງພະບາງ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ທີ່ດິນ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະແໜງ ກວດກາ
      • ຂະ​ແໜງ​ຕິດ​ຕາມກວດ​ກາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ຄະນະຊາວໜຸ່ມໜ່ວຍ ພຊສ ລົງແຂ່ງຂັນເຕະບານ ກັບ ຄະນະຊາວໜຸ່ມໜ່ວຍ ພະແນກ ຍທຂ

       

ເພື່ອຄໍານັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ພະແນກ ຊສ ຫຼວງພະບາງ ໃນຕອນແລງຂອງ ວັນທີ 27 ກັນຍາ 2019 ທີ່ ເດີ່ນຟຸດຊໍ ຢູບາ ນະຄອນຫຼວງພະບາງ ໄດ້ຈັດໃຫ້ມີຂະບວນແຂ່ງຂັນເຕະບານ ກະຊັບມິດ ລະຫວ່າງ ຄະນະຊາວຫນຸ່ມໜ່ວຍ ພຊສ ແລະ ກັບ ຄະນະໜ່ວຍຊາວໜຸ່ມ ພະແນກ ຍທຂ ໂດຍການໃຫ້ກຽດເຂົ້້າຮ່ວມຂອງ ສະຫາຍ ຂັດຕິຍະ ວັນນະສັກ, ປະທານກວດກາພັກ, ຄະນະພັກຮາກຖານ ພຊສ ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງໜ່ວຍເຂົ້າຮ່ວມ 44 ຄົນ, ຜົນການແຂ່ງຂັນປະກົດວ່າ ສະເໝີກັນ ດ້ວຍຄະແນນ 5-5.

Read more: ຄະນະຊາວໜຸ່ມໜ່ວຍ ພຊສ ລົງແຂ່ງຂັນເຕະບານ ກັບ ຄະນະຊາວໜຸ່ມໜ່ວຍ ພະແນກ ຍທຂ

ສູນເຝິກອົບຮົມ, ກຊສ ລົງຊຸກຍູ້ວຽກງານ ເຝິກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ຢູ່ຂັ້ນແຂວງ

ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ພຊສ ຫຼວງພະບາງ ນຳໂດຍ ທ່ານ ຫົງທອງ ພູມສະຫວັດ, ຫົວໜ້າສູນເຝິກອົບຮົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ໃຫ້ກຽດຕ້ອນຮັບຄະນະທີມງານ.

Read more: ສູນເຝິກອົບຮົມ, ກຊສ ລົງຊຸກຍູ້ວຽກງານ ເຝິກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນ ຢູ່ຂັ້ນແຂວງ

ກົມຈັດຕັ້ງ-ພະນັກງານ, ກຊສ ລົງຊຸກຍູ້ສ້າງຄວາມເຂັ້ມແຂງວຽກງານຈັດຕັ້ງ

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2019 ທີ່ ຫ້ອງປະຊຸມ ພຊສ ຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ທອງຈັນ ອັກຄະມະເຂດ, ຮອງຫົວໜ້າກົມຈັດຕັ້ງ, ກຊສ ແລະ ທ່ານ ຂັດຕິຍະ ວັນນະສັກ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ພ້ອມດ້ວຍບັນ ດາ ທ່ານຫົວໜ້າຫ້ອງການ ຊສ 1 ນະຄອນຫຼວງພະບາງ ແລະ 11 ເມືອງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພາຍໃນ ພຊສ, ທີມ ງານຈາກກົມຈັດຕັ້ງ ແລະ ວິຊາການ ເຂົ້້າຮ່ວມ 27 ທ່ານ, ຍິງ 4 ທ່ານ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອລົງຊຸກຍູ້ສ້າງຄວາມເຂັ້ມ ແຂງດ້ານວຽກງານຈັດຕັ້ງໃຫ້ແກ່ແຂວງ

Read more: ກົມຈັດຕັ້ງ-ພະນັກງານ, ກຊສ ລົງຊຸກຍູ້ສ້າງຄວາມເຂັ້ມແຂງວຽກງານຈັດຕັ້ງ

ມອບ-ຮັບ ພາຫະນະລົດໃຫຍ່-ລົດຈັກ ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບທີ 2 ການຫັນລະບົບອຸຕຸນິຍົມ-ອຸທົກກະສາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ເປັນທັນສະໄໝ

ໃນຕອນເຊົ້າວັນທີ 19 ສິງຫາ 2019 ເວລາ 9:00 ທີ່ ຫ້ອງປະຊຸມ ພະແນກ ຊສ ຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ຂັນມະນີ ຂຸນພົນ, ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ, ທ່ານ ຄໍາຈັນ ໂຄດໄຊ, ຮອງຫົວໜ້າພະແນກ ຊສ ຫຼວງພະບາງ ນອກນີ້ຍັງມີ ທ່ານຫົວໜ້າຫ້ອງການ ຊສ 6 ເມືອງຄື: ເມືອງໂພນທອງ, ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ, ເມືອງໂພນໄຊ ແລະ ເມືອງປາກອູ ພ້ອມດ້ວຍວິຊາການຈາກສູນກາງ ແລະ ພຊສ ແຂວງ ເຂົ້າຮ່ວມຈໍານວນ 35 ທ່ານ, ຈຸດປະສົງຂອງພິທີດັ່ງກ່າວ ແມ່ນເພື່ອ ມອບ-ຮັບ ພາຫະນະລົດໃຫຍ່-ລົດຈັກ ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດ ໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບທີ 2 ການຫັນເອົາ ອຸຕຸນິຍົມ-ອຸທົກກະສາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ເປັນທັນສະໄໝ ເປັນສິ່ງອໍານວຍຄວາມສະດວກໃນການປະຕິບັດວຽກງານ ໃນ ຂັ້ນທ້ອງຖິ່ນ.

Read more: ມອບ-ຮັບ ພາຫະນະລົດໃຫຍ່-ລົດຈັກ ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບທີ 2...

ຊ່ຽວຊານ ບໍລິສັດ HACH ສ ປ ຈີນ ເຝິກອົບຮົມກັບທີ່ ການນໍາໃຊ້ອຸປະກອນວັດແທກຄຸນນະພາບນໍ້າ ໃຫ້ ວິຊາການ ພຊສ

ອີງຕາມ ບົດບັນທຶກຄວາມເຂົ້າໃຈ ສອງຝ່າຍ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ແລະ ພະແນກນິເວດ ແລະ ສິ່ງແວດລ້ອມ ແຂວງຢຸນນານ ສ ປ ຈີນ ໃນປີ 2015 ແລະ 2018 ພາຍໃຕ້ຫົວຂໍ້ໂຄງການ '' ໂຄງການສ້າງ ຄວາມເຂັ້ມແຂງດ້ານວິຊາການສິ່ງແວດລ້ອມ '', ພາຍຫຼັງໄດ້ຮັບອຸປະກອນວັດແທກຄຸນນະພາບນໍ້າ ໃນຄັ້ງວັນທີ 20 ມີນາ 2019 ທີ່ ນະ ຄອນຂຸນໝິງ ສ ປ ຈີນ, ທາງຊ່ຽວຊານ ຈາກ ບໍລິສັດ HACH ໄດ້ລົງມາຊຸກຍູ້ທາງດ້ານວິຊາການໃຫ້ແກ່ ພຊສ ຫຼວງພະບາງ, ໃນຕອນເຊົ້າ ວັນທີ 14 ສິງຫາ 2019 ທີ່ ຂະແໜງຕິດຕາມກວດກາ ຊສ, ໂດຍໃຫ້ກຽດເປັນປະທານກ່າວເປີດ ຂອງ ທ່ານ ຂັດຕິຍະ ວັນນະ ສັກ, ຮອງ ຫົວໜ້າພະແນກ ຊສ ຫຼວງພະບາງ, ທ່ານ ລິນ ຈ່ຽນເທົາ, ຕາງໜ້າບໍລິສັດHACH ພ້ອມດ້ວຍທີມງານຫ້ອງທົດລອງວິໄຈ ຄຸນນະພາບນໍ້າ ເຂົ້າຮ່ວມ ຈໍານວນ 11 ທ່ານ, ຍິງ 2 ທ່ານ, ການເຝິກອົບຮົມຄັ້ງນີ້ ເນັ້ນໃສ່ການສາທິດ ວິທີນໍາໃຊ້ເຄື່ອງວັດແທກຄຸນນະພາບ ນໍ້າແບບ ເຄື່ອນທີ່ ໄດ້ແກ່: HACH DR1900, HACH HQ 40D, HACH 2100Q, HACH DRB 200 ເພື່ອໃຊ້ວັດແທກຄ່າ pH, DO, EC, Total Nitrogen, Total Phosphorus, Ammonia ແລະ COD ຜ່ານການປະຕິບັດຕົວຈິງ ໃນ 3​ ວັນເຫັນໄດ້ວ່າ ວິຊາການ ພຊສ ຫຼວງພະບາງ, ມີຄວາມສາມາດນໍາໃຊ້ອຸປະກອນ ດັ່ງກ່າວໄດ້ໃນລະດັບ ພື້ນຖານ.

  1. ພິທີຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
  2. ມອບອຸປະກອນ ຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ
  3. ພິ​ທີ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂື້້ນເປັນສະມາຊິກພັກສົມບູນ
  4. ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ, ນິຕິກຳໃຕ້ກົດໝາຍ

Page 2 of 4

  • 1
  • 2
  • 3
  • 4
  • You are here:  
  • Home

Latest Articles

  • ກອງປະຊຸມທາງໄກລະຫວ່າງ ກຊສ ແລະ ກະຊວງນິເວດ-ສິ່ງແວດລ້ອມ ສປຈີນ
  • ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020
  • ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ 4 ຕົວເມືອງແຂວງຫຼວງພະບາງ
  • ພຊສ ຊຽງຂວາງ ພົບປະແລກປ່ຽນບົດຮຽນ ທີ່ ແຂວງຫຼວງພະບາງ
  • ຫ້ອງການ ກະຊວງ ຊສ ລົງຊຸກຍູ້ວຽກງານ ໃຫ້ ພຊສ ຫຼວງພະບາງ
157156
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
107
112
583
155288
378
2080
157156

Your IP: 3.235.11.178
2021-03-03 21:19
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2021 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງພະບາງ