-
Details
-
Written by ອາລຸນ ມະໂນສານ
-
- ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
- ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຫ້ອງການຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
- ເຜີຍແຜ່ ແຜນຍຸດທະສາດ, ແຜນນະໂຍບາຍ, ແຜນງານ, ໂຄງການ ແລະ ນິຕິກໍາ ກ່ຽວກັບການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
- ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ, ເຂົ້າຮ່ວມ ແລະ ນຳສະເໜີຂະແໜງ ການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
- ດຳເນີນການຈັດສັນ ແລະ ວາງແຜນນຳໃຊ້ທີ່ດິນຂັ້ນບ້ານ ໂດຍອີງຕາມແຜນຈັດສັນທີ່ດິນຂັ້ນເມືອງ; ສຳຫຼວດ-ວັດແທກທີ່ດິນ, ສອບສວນສິດ, ປະກອບສຳນວນເອກະສານ ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນກ່ຽວກັບທີ່ດິນ ເປັນຕົ້ນ ການນຳໃຊ້, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນ; ຂຶ້ນສຳມະໂນທີ່ດິນ, ຈົດທະບຽນທີ່ດິນ; ຄົ້ນຄ້ວາສະເໜີການອະນຸຍາດສິດນຳໃຊ້, ການຫັນສິດໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ, ການອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຕາມກົດໝາຍ ຫຼືລະບຽບການທີ່ກຳນົດໄວ້ ຫຼື ຕາມການມອບໝາຍຂອງຂັ້ນເທີງ;
- ຈັດຕັ້ງປະຕິບັດແຜນຍຸດທະສາດຊັບພະຍາກອນນ້ຳຂັ້ນແຂວງ, ເຂົ້າຮ່ວມໃນການວາງແຜນອ່າງຮັບນ້ຳ ທີ່ໄຫຼຜ່ານຫຼາຍເມືອງ, ວາງແຜນຄຸ້ມຄອງອ່າງຮັບນ້ຳຂະໜາດນ້ອຍທີ່ໄຫຼຜ່ານເມືອງດຽວ, ອອກອະນຸຍາດການຂຸດເຈາະ ແລະ ການນຳໃຊ້ນ້ຳໃຕ້ດິນຂະໜາດກາງ, ສຳຫຼວດ ເກັບກຳສັງລວມຂໍ້ມູນ ແລ້ວສົ່ງໃຫ້ພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ນຳເຂົ້າໃນລະບົບຖານຂໍ້ມູນຂ່າວສານ; ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ, ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ; ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານຄຸນນະພາບນ້ຳທຳມະຊາດ ແລະ ມາດຕະຖານການປ່ອຍນ້ຳເປື້ອນ; ເຂົ້າຮ່ວມໃນການກຳນົດ ແລະ ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳລະດັບຊາດ ແລະ ຂັ້ນແຂວງ, ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳຂັ້ນເມືອງ ລວມທັງເຂດບໍລິເວນຍອດນ້ຳ; ຕິດຕາມກວດກາ ການຈັດຕັ້ງປະຕິບັດ ມາດຕະຖານຄຸ້ມຄອງທີ່ດິນບໍລິເວນນ້ຳຂະໜາດນ້ອຍ ຕາມກົດ ໝາຍ ແລະ ລະບຽບການ;
- ເຂົ້າຮ່ວມຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ການຄຸ້ມຄອງ, ອະນຸລັກ ຫຼື ປົກປັກຮັກສາ, ຟື້ນຟູນຳໃຊ້ ແລະ ໂຄງການພັດທະນາຕ່າງໆ ທີ່ກ່ຽວຂ້ອງກັບນ້ຳ ແລະ ຊັບພະຍາກອນນ້ຳ ຢູ່ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ອົງການປົກຄອງເມືອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ;
- ເຂົ້າຮ່ວມປ້ອງກັນ, ຄວບຄຸມຕິດຕາມກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ການນໍາໃຊ້ສານເຄມີທີ່ເປັນພິດ ແລະ ການກໍາຈັດສິ່ງເສດເຫຼືອ ລວມທັງວັດຖຸອັນຕະລາຍ; ສໍາຫຼວດ, ກໍານົດສ້າງສະໜາມກໍາຈັດຂີ້ເຫຍື້ອຂອງເມືອງ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງຄົ້ນຄວ້າ, ວິໃຈ ແລະ ພັດທະນາຫ້ອງວິໃຈສິ່ງແວດລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ໃນການບໍລິຫານ ແລະ ການບໍລິການ;
- ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ; ຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ, ສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ;
- ທົບທວນ ແລະ ນໍາສະເໜີການນໍາເມືອງ ພິຈາລະນາຮັບຮອງເອົາແຜນການຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວໃນຂອບເຂດເມືອງຂອງຕົນ ພ້ອມທັງເປັນເຈົ້າການ ຕິດຕາມສິ່ງແວດລ້ອມຂອງທຸລະກິດດັ່ງກ່າວ;
- ເຂົ້າຮ່ວມການທົບທວນ ແລະ ການພິຈາລະນາຮັບຮອງເອົາ ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບຜົນກະ ທົບຕໍ່ສິ່ງແວດລ້ອມ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງ ການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຕິດຕາມກວດກາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ;
- ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດການປ່ຽນແປງດິນຟ້າອາກາດ, ແຜນດໍາເນີນງານການປ່ຽນ ແປງດິນຟ້າອາກາດ, ເຊື່ອມສານວຽກງານໄພພິບັດ ເຂົ້າໃນແຜນຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ; ສໍາຫຼວດ ແລະ ເກັບກໍາສະຖິຕິໄພພິບັດໃນເຂດທ້ອງຖິ່ນຂອງຕົນ, ກຳນົດລະບຽບການ ແລະ ປະຕິບັດມາດຕະການຫຼຸດຜ່ອນຄວາມສຽງໄພພິບັດ;
- ເຂົ້າຮ່ວມຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄວ້າ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດເມືອງຂອງຕົນ;
- ຕິດຕາມ, ກວດກາ, ເກັບ ແລະ ສົ່ງຕົວຢ່າງ ຄຸນນະພາບສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດ, ສະຖາບັນຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ, ກຊສ;
- ເກັບກໍາສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນເມືອງຂອງຕົນ;
- ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສຳມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນ ໃຫ້ເຂັ້ມແຂງ; ກໍານົດຕໍາແໜ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ;
- ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າໝາຍ ແລະ ສອດ ຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ;
- ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
- ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງຫ້ອງການຕົນ ແລ້ວລາຍງານໃຫ້ຂັ້ນເທີງ ຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ເຈົ້າເມືອງ ຫຼື ຂັ້ນເທີງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ສະບັບ ເລກທີ 3172/ກຊສ, ລົງວັນທີ 1 ສິງຫາ 2017