ໃນ​ຕອນ​ບ່າຍ ຂອ​ງວັນ​ທີ 14 ກຸມ​ພາ 2019 ທີ່ຫ້ອງປະຊຸມ ພຊສ ຫຼວງພະບາງ ພາຍໃຕ້ເປັນປະທານ ຂອງ ສະຫາຍ ຈັນທະວົງ ຜົນນະຈິດ,​ ເລຂາຄະນະພັກ ພຊສ, ທ່ານ ຄໍາຈັນ ໂຄດໄຊ, ຮອງເລຂາຄະນະພັກ ພຊສ, ເລຂາໜ່ວຍພັກບໍລິຫານ-ແຜນການ-ຈັດຕັ້ງ, ທ່ານ ຂັດຕິຍະ ວັນນະສັກ, ຄະນະພັກ ພຊສ, ປະທານກວດກາພັກ, ສະຫາຍ ແສງເພັດ ຮຸ່ງດວງຈັນ, ເລຂາໜ່ວຍພັກທີ່ດິນ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ເກສອນ ມີໄຊບົວ, ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ເລກທີ 01/ຄປພຂ.ຫຼບ ວ່າດ້ວຍການ​ຮັບ​ເອົາ​ມະ​ຫາ​ຊົນ​ຜູ້​ກ້າວ​ໜ້າ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ສຳ​ຮອງ ແລະ ເລກທີ 02/ຄປພຂ.ຫຼບ ວ່າ​ດ້ວຍການເລື່ອນສະມາຊິກພັກສໍາຮອງຂື້້ນເປັນສະມາຊິກພັກສົມບູນ, ລົງວັນທີ 16 ມັງກອນ 2019 ໃນ​ນີ້ ມີ ສະ​ມາ​ຊິກ​ພັກ​ສຳ​ຮອງ​ເລື່ອນ​ຂື້ນ​ເປັນ​ສະ​ມາ​ຊິກ​ພັກ​ສົມ​ບູນ ທັງ​ໝົດ 4 ສະ​ຫາຍ (ຍິງ 3 ສະ​ຫາຍ), ມະ​ຫາ​ຊົນ​ຜູ້​ກ້າວ​ໜ້າ​ເລື່ອນ​ຂື້ນ​ເປັນ​ສະ​ມາ​ຊິກ​ພັກ​ສຳ​ຮອງ 2 ສະ​ຫາຍ (ຍິງ 1 ສະ​ຫາຍ), ຈາກນັ້ນ ສະ​ຫາຍ ຈັນ​ທະ​ວົງ ຜົນ​ນະ​ຈິດ, ເລ​ຂາ​ຄະ​ນະ​ພັກ ພ​ຊ​ສ ໄດ້​ໃຫ້​ຄຳ​ໂອ້​ລົມ, ແນະ​ນຳ ຕໍ່ ບັນ​ດາ​ສະ​ມາ​ຊິກພັກ​ໃຫມ່ ໃຫ້​ສືບ​ຕໍ່​ເຝິກ​ຝົນຫຼໍ່ຫຼອມ​ຕົນ​ເອງ, ເປັນ​ແບບ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ປະ​ຕິ​ບັດ​ລະ​ບຽບ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ກົດ​ໝາຍ​ຂອງ​ລັດ. ກຳ​ແໜ້ນ​ທາດ​ແທ້, ຫຼັກ​ການ​ພື້ນ​ຖານ ຂອງ​ພັກ ເພື່ອ​ເປັນ​ແນວ​ທາງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ ໃຫ້​ສຳ​ເລັດ​ຜົນ.