ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ, ນິຕິກຳໃຕ້ກົດໝາຍ
ໃນວັນທີ 13-14 ກຸມພາ 2019 ນີ້ ທີ່ ຫ້ອງປະຊຸມ ພຊສ ຫຼວງພະບາງ ໄດ້ຈັດກອງປະຊຸມປະເມີນ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ, ນິຕິກຳໃຕ້ກົດໝາຍ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຕີ ເດດວົງສອນ, ຫົວໜ້າກົມນິຕິກຳ, ກຊສ ແລະ ທ່ານ ຄຳຈັນ ໂຄດໄຊ, ຮອງຫົວໜ້າພະແນກ ຊສ ພ້ອມດ້ວຍ ຫົວໜ້າຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະຫຼຸບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019
ໃນຕອນເຊົ້າ ວັນທີ 31 ມັງກອນ 2019 ພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ຄໍາຂັນ ຈັນທະວີສຸກ, ກໍາມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານ ພຊສ ປະຈໍາປີ 2018.
Page 5 of 5